dab khuas


ພິທີງານສົບຂອງເຜົ່າມົ້ງ
ເຜົ່າມົ້ງເປັນເຜົ່າໝື່ງທີເຊື່ອຖືສາສະໜາຜີ ຫຼື ສາສະໜາຜີເຮືອນ ສະນັ້ນຮີດຄອງປະເພນີຈຶ່ງມີຮູບແບບທີ່ແຕ່ກຕ່າງກັນໄປ ໂດຍສະເພາະພິທີງານສົບ ຫຼື ການຕາຍຂອງສະມາຊິກໃນຄອບຄົວ. ຕ້ອງປະຕິ ບັດຕາມຮີດຄອງທີ່ເຄີຍມີມາ.

ພິທີງານສົບພາສາມົ້ງເອີ້ນວ່າ(ເກຕົວ), ຫຼັງຈາກຕາຍຈະຍີງປືນ 3 ລູກຂື້ນຟ້າ ສະແດງເຖີງຂໍຄວາມຊ່ອຍເຫຼືອ ແລະ ຄວາມເສົ່າໃຈວ່າທີ່ນີ້ມີຄົນຕາຍ. ຫຼັງຈາກຕາຍໄປແລ້ວຈະກະກຽມເຄືອງຊົນເຜົ່າໃຫ້ຜູ້ຕາຍນຸ່ງຢ່າງເປັນລະບຽບພ້ອມດ້ວຍເກີບນົກ(ເກີບນົກເປັນເກີບທີ່ເຮັດໃຫ້ສະເພາະຄົນຕາຍ ມົ້ງເຊື່ອວ່າການໃສ່ເກີບນົກຈຶ່ງຈະບີນໄດ້).
    ພິທີງານສົບຈະເລີມຈາກເຕີເກເອີ້ນພາສາລາວວ່າ: ຜູ້ຊີ້ນຳທາງ ເປັນຜູ້ຊີ້ນຳການເດີນທາງເປັນເວລາຫຼາຍວັນ ໃຫ້ໄປເຖິງປູ່ຍ່າຕາຍາຍ ແລະ ຈະແນະນຳໃຫ້ຖືກທາງທີ່ດີ ແລະ ຖືກຕ້ອງ. ພິທີງານສົບ ຜູ້ທີ່ສຳຄັນນອກຈາກຜູ້ຊິ້ນຳທາງມີດັ່ງນີ້: ຈີເກັງ(ໝໍເເຄນ) ແລະ ຈີດົວ (ຜູ້ຕີກອງ), ມົວເຜົ່າ(ນ້າສາວ), ຈີດະເລົາ (ນ້າບ່າວ), ຈົວຈາ(ຜູ້ສົ່ງເຂົ້າໃຫ້ຄົນຕາຍ) ແລະ ເຮົາຄົວ( ແຂກຖືກເຊີນ).
-    ໝໍແຄນເປັນຜູ້ສົ່ງຄົນຕາຍໃຫ້ໄປສູ່ສຸກຂະຕິ, ກອງເປັນຜູ້ປະສານດົນຕີໃຫ້ເເກ່ໝໍແຄນ. ສອງສິ່ງນີ້ເປັນຂອງສໍາຄັນທີ່ສຸດໃຫ້ແກ່ຮິດຄອງການຕາຍຍ້ອນເປັນການສື່ສານໃຫ້ທຸກຄົນ, ຜີເຮືອນ ແລະ ຜູ້ຕາຍ. ການເປົ່າແຄນ ແລະ ຕີກອງຈະດັງ 24 ຊົ່ວໂມງ(ຍົກເວັນເວລາທີ່ຄົນບໍ່ຮ້ອງໃຫ້ແກ່ຄົນຕາຍ).
-    ນ້າສາວເປັນຜູ້ມາສະແດງຄວາມເສຍໃຈ ແລະ ສະແດງຄວາມຮັກແພງຕໍ່ຜູ້ຕາຍ. ນ້າບ່າວເຮັດໜ້າທີ່ເປັນຫຼັກຖານ.( ໃນກໍລະນິນີ້ແມ່ນຜູ້ຕາຍເປັນຜົວ, ຖ້າຜູ້ຕາຍເປັນເມຍ ນ້າບ່າວຈະເປັນຜູ້ຮັກ, ນ້າສາວເປັນຫຼັກຖານ).
-    ຈົວຈາແມ່ນຜູ້ທີນໍາເຂົ້າ, ສົ່ງເງີນທອງ, ເຫຼົ້າ ແລະ ງົວຄວາຍໃຫ້ຜູ້ຕາຍທຸກມື້.
-    ເຮົາຄົວ ເປັນແຂກຖືກເຊີນເພື່ອເຂົ້າງານ ຈະຖືກເຊີນດ້ວຍການແຕ່ງຕັ້ງໃຜຜູ້ໜື່ງໄປເຊີນເອົາ ພ້ອມດ້ວຍເຫຼົ້າ ໄປເຖີງເຮືອນຢ່າງດີ (ແຂກທີ່ຖຶກເຊີນມາໃນງານນັ້ນ ຈະກະກຽມ ໄກ່ໜຶ່ງໂຕ, ເຄືອງໃນ(ຕັບ), ເຈ້ຍເງີນ ແລະ ເຫຼົ້າໜຶ່ງຂວດ).
        ແຂກທຸກຄົນກ່ອນເຂົ້າມາໃນເຮືອນດີ ຈະຮ້ອງໃຫ້ໝົດທຸກຄົນ ສະແດງຄວາມເສຍໃຈ ກັບຄອບຄົວຜູ້ເສຍຊີວິດນັ້ນຄືມາລະຍາດ ແລະ ຮິດຄອງຂອງຄົນເຜົ່າມົ້ງ. ນອກຈາກແຂກທີ່ສຳຄັນແລ້ວ ພີ່ນ້ອງຢູ່ບ້ານດຽວກັນ ແລະ ຮູ້ຈັກກັນ ກໍເຂົ້າງານເພື່ອໃຫ້ງານໄປດ້ວຍຄວາມອົບອຸ່ນ ໝົດມື້ໝົດຄືນບໍ່ຫຼັບບໍ່ນອນ.
    ສົບຈະຖືກເອົາອອກຈາກເຮືອນໄປໄວ້ຢູ່ນອກເຮືອນແຕ່ເຊົ້າ ນີ້ເອີ້ນພາສາມົ້ງວ່າຈືຈາ ມື້ນີ້ເປັນມື້ທີ່ນ້າບ່າວ ຫຼື ນ້າສາວຈະນໍາເອົາງົວ, ຄວາຍ ມອບໃຫ້ ຈົວຈາ ຈາກນັ້ນຈົວຈາກໍ່ເອົາຕໍ່ໃຫ້ຜູ້ທີ່ເສຍຊີວິດ ຫຼຶ ຕາຍ. ສົບຈະຖືກໃວ້ນອກເຮືອນຈົນເຖິງການເຮັດພິທີກຳສຳເລັດ, ສ່ວນຫຼາຍໃຊ້ເວລາປະມານ 6-7 ຊົ່ວໂມງ.      ຫຼັງຈາກພິທີກໍາສໍາເລັດແລ້ວກໍ່ນໍາເອົາສົບໄປທີ່ປ່າຊ້າດ້ວຍການຝັງໃນດິນ ນັ້ນເປັນສິ່ງສຳຄັນທີ່ສຸດໃຫ້ແກ່ຄອບຄົວຜູ້ເສຍຊີວິດ ມີຄວາມເຊຶ່ອວ່າພື້ນທີທີ່ຝັງນັ້ນຫາກຊັນໂພກ, ມີນໍ້າຊຸ່ມໂພກ..... ຈາກນັ້ນເລືອກທິດທີ່ຈະໃສ່ສົບເຂົ້າໄປ ສະນັ້ນຈຶ່ງຕ້ອງເລືອກສະຖານທີ່ໃຫ້ແໝາະສົມ. ກ່ອນຈະຖົມດີນ ລູກຫຼານທຸກຄົນອຳລາໂດຍການລູບຫົວຜູ້ຕາຍ ແລະ ກວດກາເຄຶ່ອງນຸ້ງຫ້າມບໍ່ໃຫ້ມີຢາງປຣາສະຕິດ, ເຫຼັກ, ໂລ ແລະ ອຶ່ນໆ.... ຕິດຕົວ ຖ້າມີສິ່ງໃດສິ່ງໜຶ່ງຈະເຮັດໃຫ້ຜູ້ຕາຍໄປເກີດຍາກ ແລະ ຈະພາຜູ້ຕາຍບໍ່ງາມໃນຊາດໜ້າ.
ຫຼັງຈາກຝັງສົບແລ້ວທຸກຄົນກັບມາບ້ານ, ທຸກຄົນຕ້ອງລ້າງມືດ້ອຍນໍ້າແລ້ວຟິດໃສ່ເຕົາໄຟທີ່ວາງໄວ້ຢູ່ກາງທາງ, ເພຶ່ອບໍ່ໃຫ້ຄວາມເຈັບຄວາມໄຂ້ ຕິດຕົວມານຳ.
    ຈາກການນໍາສົບໄປຝັງຮຽບຮ້ອຍແລ້ວ 3 ມື້ ກໍ່ນໍາເຂົ້າໄປສົ່ງທີ່ປ່າຊ້າເອີ້ນວິນຍານຂອງຜູ້ຕາຍມາກີນເຂົ້າກີນນໍ້າ. ຕ່າວຄືນ 13 ມື້, ເຮັດພິທີປ່ອຍວິນຍານ.


No comments: